ເກມອອນໄລນ໌ ເປັນເກມທີ່ ຄ້າຍກັບພະຍາດຕິດຕໍ່ຊະນິດຫນື່່ງ


ເກມອອນໄລນ໌ ເປັນເກມທີ່ ຄ້າຍກັບພະຍາດຕິດຕໍ່ຊະນິດຫນື່່ງ... ສາມາດແຜ່ກະຈ່າຍໄປສູ່ຄົນອ້ອມຂ້າງ ຫລື ຈະຢູ່ໄກກັນກໍຕາມ.
ບາງຄົນອາດຈະຕັ້ງຄຳຖາມວ່າ “ເຈົ້າເປັນບ້າເບາະ ເກມມັນກະແມ່ນເກມຊິຄືພະຍາດແນວໃດ?” ເຈົ້າລອງອ່ານເບີ່ງບົດຄວາມນີ້ແລ້ວເຈົ້າຈະເຂົ້າໃຈ. ຄົນ ຄົນຫນື່ງຈະກ້າວເຂົ້າສູ່ເກມມັນຕ້ອງມີເຫດຜົນທີ່ເຮັດໃຫ້ເຂົາຫັນຫນ້າມາຫາເກມ ເຫດຜົນທີ່ວ່າກະຄື ເຂົາຮູ້ສືກຄຽດ, ຂາດຄວາມອົບອຸ່ນຈາກຄອບຄົວ ແລະ ຄົນອ້ອມຂາງກໍ່ຄືຄວາມສົນໃຈ ຫາກຄົນອ້ອມຂ້າງບໍ່ສົນໃຈຄົນຄົນນັ້ນກໍ່ຈະຫັນຫນ້າມາເພີງເກມຍ້ອນວ່າເກມມັນຢູ່ກັບເຂົາຕະຫລອດເວລາ ເກມເຮັດໃຫ້ເຂົາມີຄວາມສຸກ ແລະ ເກມກະເປັນບ່ອນລະບາຍອາລົມບ່ອນຫນື່ງທີ່ດີທີ່ສຸດທີ່ບໍ່ຈຳເປັນຕ້ອງເຮັດໃຫ້ບາດເຈັບ ຫຼື ເຄື່ອງຂອງເສຍຫາຍ ໃນເມື່ອເຂົາຫັນຫນ້າເຂົ້າຫາເກມທຸກຄັ້ງທີ່ມີບັນຫາແລະເຂົາກໍຈະກາຍເປັນເດັກຕິດເກມໃນທີ່ສຸດ.
ແລ້ວເຫດຜົນທີ່ວ່າເກມມັນຄ້າຍຄືກັບ ພະຍາດຕິດຕໍມັນແມ່ນຫຍັງ? ນີ້ແລະປະເດັນສຳຄັນ
ຈະນຳສະເຫນີໃນມື້ນີ້. ເມື່ອຄົນຄົນຫນື່ງຕິດເກມແລ້ວເຂົາຈະເຜີຍແຜ່ໄປສູ່ຄົນອ້ອມຂ້າງໂດຍ 2 ທາງຄື ທາງກົງ ແລະ ທາງອອມ. ທາງກົງກໍຄື ຍ້ອນເຂົາຂາດຄວາມສົນໃຈຈາກຄົນອ້ອມຂ້າງ ເຂົາຈື່ງດືງຄົນອ້ອມຂ້າງເຂົ້າມາສົນໃຈເຂົາໂດຍການຊັກຊວນໃຫ້ເຂົ້າມາຫລີ້ນເກມນຳ ເລີ່ມຕົ້ນເຂົາກໍຈະແນະນຳວິທີການຫລີ້ນຕ່າງໆ ແລະ ດົນໄປເຂົາກໍຈະບໍ່ແນະນຳອິກ ເມື່ອຄົນທີ່ຖືກຊັກຊວນໄປຫຼີ້ນເກມນັ້ນ ເຂົາຈະເລີ່ມສົນໃຈເກມແລະຈະເຂົ້າໄປຖາມກ່ຽວກັບເກມຢູ່ເລືອຍໆ ແລະ ນັ້ນກໍເຮັດໃຫ້ເຂົາໄດ້ຮັບຄວາມສົນໃຈຈາກຄົນອ້ອມຂ້າງຫຼືຫມູ່ເພືອນນັ້ນເອງ. ສ່ວນການເຜີຍແຜ່ທາງອ້ອມນັ້ນ ເປັນການເຜີຍແຜ່ທີ່ໄດ້ຮັບຜົນດີທີ່ສຸດເຖີງຈະໃຊ້ເວລາກໍຕາມ ການເຜີຍແຜ່ລັກສະນະນີ້ບໍ່ແມ່ນການຊັກຊວນ ແຕ່ຈະເຜີຍແຜ່ໂດຍສຽງ, ຮູບພາບມລັກສະນະການກະທຳຂອງຜູ້ຫຼີ້ນ ແລະ ອື່ນໆ ວິທີນີ້ເຮັດໃຫ້ຄົນໃກ້ຕົວເກີດຄວາມລຳຄານ ຫຼື ສົນໃຈ ເຊັນ: ຄົນໃນຄອບຄົວ (ອ້າຍ,ນ້ອງ), ຫມູ່ຮ້ວມຫ້ອງຮຽນ, ຫມູ່ຮ່ວມຫໍພັກ ແລະ ອື່ນໆ. ເມື່ອຜູ້ທີ່ຕິດເກມເຂົ້າມາຫລີ້ນເກມຢູ່ໃກ້ກັບເຈົ້າໂດຍການເປີດສຽງດັງໃຫ້ເຈົ້າໄດ້ຍີນເປັນເວລາດົນ ແລະ ທຸກໆມື້ຈົນເຮັດໃຫ້ເຈົ້າຈະຮູ້ສືກຢາກເບີ່ງວ່າມັນຫຼີ້ນຈັ່ງໃດ, ເປັນຫຍັງມັນຄືຫຼີ້ນທຸກມື້ແທ້ ແລະ ເຈົ້າກໍຈະໂຫລດມາລອງຫລີ້ນ ໂດຍທີ່ບໍ່ຜ່ານການຊັກຊວນແຕ່ຢ່າງໃດເລີຍ ແລະ ເຈົ້າກໍຈະເຂົ້າໄປຖາມວ່າ ຫລີ້ນຈັງໃດ? ແລ້ວເຂົາກໍຈະແນະນຳ ແລະ ບອກວິທີຫຼີ້ນຈົນເຮັດໃຫ້ເຈົ້າກ້າວເຂົ້າສູ່ເກມຢ່າງສົມບຸນ.
        ເທີງນີ້ກໍຄື ການແຜ່ຂະຫຍາຍຂອງເກມ ທີ່ຄ້າຍຄືກັບພະຍາດຕິດຕໍ່ຊະນິດຫນື່ງ ແລ້ວເຮົາຈະບອກ,ສອນ ແລະ ຈະມີວິທີແນວໃດທີ່ຈະເຮັດໃຫ້ລູກຫລາຍ, ຫມູ່ເພືອນຂອງເຮົາບໍ່ຕິດເກມ. ເພື່ອບໍ່ໃຫ້ລູກຫລານ,ຫມູ່ເພືອນຂອງເຮົາຕິດເກມນັ້ນເຮົາຄວາມໃຫ້ຄວາມສຳຄັນກັບເຂົາໂດຍການໂອ້ລົມກັບເຂົາໃນເວລາຫວ່າງ, ຊວນເຂົາຫລີ້ນກິລາ, ຊວນໄປທ່ຽວ, ແບງເວລາເຮັດວຽກ-ແບ່ງເວລາຮຽນໃຫ້ເຂົາຢ່າງເຫມາະສົມ... ສີ່ງສຳຄັນຄືຄອບຄົວຄວນໃຫ້ຄວາມອົບອຸ່ນກັບລູກບໍ່ແມ່ນຈະໃຊ້ເວລາເຮັດແຕ່ວຽກຂອງຕົນເອງ ແລ້ວເປີດເກມໃຫ້ລູກຫຼີ້ນເພາະນັ້ນຈະເຮັດໃຫ້ເຂົາຂາດຄວາມໃສ່ໃຈຈາກຄອບຄົວ ແລະ ກາຍເປັນເດັກຕິດເກມ.
        ຈາກການສຳຫລວດພົບວ່າຜູ້ທີ່ຕິດເກມ ຫຼື ຫລີ້ນເກມເປັນເວລາຫລາຍຊົວໂມງແມ່ນນັກຮຽນ, ນັກສືກສາ ທີ່ອາໄສຢູ່ຫໍພັກຈະຫຼີ້ນຢ່າງຫນ້ອຍບໍ່ຕ່ຳກວ່າ 30 ຊົວໂມງຕໍ່່ອາທິດ. 70% ຂອງຄົນທີ່ມີອາຍຸ 25ປີ ລົງມາາຈົນຮອດ 10ປີຈະຫລິ້ນເກມເປັນເວລາຫລາຍຊົວໂມງ. ນີ້ແມ່ນການສຳຫຼວດໃນປະເທດທີ່ພັດທະນາແລ້ວ ແຕ່ໃນປະເທດລາວເຮົາກະເລີ່ມຫລາຍຂື້ນເລື້ອຍໆໂດຍສະເພາະແມ່ນນັກສືກສາ.

        ຊ່ວຍກົດ Like 👍 ກົດ share ເພື່ອໃຫ້ຫມູ່ຂອງເຈົ້າໄດ້ອ່ານ ຂໍຂອບໃຈ

ไม่มีความคิดเห็น:

แสดงความคิดเห็น

Facebook